
ຄູ່ມືຕິດຕັ້ງ
ຕໍ່ສາຍ, ຕິດຕັ້ງ ແລະ ຕັ້ງສຽງ ສຳລັບ BTC 18S W295-R.
ຂັ້ນຕອນຕິດຕັ້ງ
- ຕິດກ່ອງສຽງໃນບ່ອນແຫ້ງ ເຊັ່ນ ໃຕ້ເບາະ ຫຼື ໃນກ່ອງປິດ, ໃຫ້ຫ່າງຈາກຄວາມຮ້ອນຂອງເຄື່ອງຈັກ
- ຕິດໜ້າປຸ່ມໃຫ້ຄົນຂັບເອື້ອມເຖິງ, ກົດໄດ້ໂດຍບໍ່ຕ້ອງລະສາຍຕາຈາກຖະໜົນ
- ຕໍ່ສາຍຂຽວສອງເສັ້ນ ເຂົ້າລຳໂພງ 100–200 W ໜຶ່ງໜ່ວຍ
- ຕໍ່ສາຍດຳເຂົ້າຂົ້ວລົບ ຫຼື ກຣາວກ່ອນ, ແລ້ວຕໍ່ສາຍແດງເຂົ້າຂົ້ວບວກ 12 V ຜ່ານຟິວ
- ໃຊ້ສາຍຂາວ (ໄຟບວກອອກຕາມສະວິດ) ຖ້າຕ້ອງການໃຫ້ກ່ອງສຽງຈ່າຍໄຟໃຫ້ອຸປະກອນອື່ນ
- ເປີດເຄື່ອງດ້ວຍ NO/OFF ແລະ ລອງທຸກປຸ່ມກ່ອນອອກຖະໜົນ
ໃຊ້ໄຟ 12 V ເທົ່ານັ້ນ. ຕໍ່ 24 V ຫຼື ຕໍ່ສະຫຼັບຂົ້ວ ເຄື່ອງຈະເສຍ ແລະ ໝົດປະກັນ.
ຕັ້ງສຽງໃຫ້ປຸ່ມ 4
- ກົດ SCAN ເພື່ອເຂົ້າໂໝດຕັ້ງສຽງ
- ເລືອກສຽງທີ່ຈະບັນທຶກໃສ່ປຸ່ມ 4
- ຕັ້ງໄດ້ສະເພາະປຸ່ມ 4. ຢ່າຕັ້ງສຽງຕອນມີສຽງອື່ນເປີດຢູ່, ແລະ ຢ່າໃຊ້ລູກບິດເພື່ອຕັ້ງສຽງ
ການຕໍ່ສາຍ
RedBattery positive (+), 12 V
BlackBattery negative (−) or ground
Green × 2To the speaker
WhiteSwitched + output for other devices

ສົ່ງຮູບສາຍໄຟມາ, ເຮົາຈະບອກທາງໃຫ້ · ທັກແຊັດ TikTok
ເບິ່ງຈາກຄລິບຈິງ
ບິວລອງທຸກປຸ່ມກ່ອນສົ່ງ ແລະ ຕອບຄຳຖາມໃນ TikTok.





